ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ຫງວ​ຽນ ​ຟູ ​ຈອງ ຕ້ອນຮັບ ທ່ານ ຫວາງ​ຢີ້

     ສຳນັກຂ່າວຊີນຮວາລາຍງານວັນທີ 1 ທັນວາ ນີ້, ທ່ານ ຫງວ​​ຽນ ຟູ ຈອງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມ
ມູນິດຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດ
ຖະມົນຕີກະຊວງການຕ່າງປະເທດ ຈີນ ຢູ່ນະຄອນຫຼວງຮ່າໂນ້ຍຂອງ ຫວຽດນາມ.

     ທ່ານ ຫວາງຢີ້ ກ່າວວ່າ: ການມີອຸດົມການ ແລະ ເສັ້ນທາງດຽວກັນທັງມີຊະຕາກຳຮ່ວມກັນນັ້ນ ແມ່ນລັກສະນະພິເສດທີ່ພົ້ນ
ເດັ່ນທີ່ສຸດຂອງການພົວພັນ ຈີນ-ຫວຽດນາມ. ຈີນ ຊົມເຊີຍ ຫວຽດນາມ ທີ່ຖືການພົວພັນກັບ ຈີນ ເປັນຍຸດທະສາດ ແລະ ບຸລິມະ
ສິດຂອງວຽກງານການຕ່າງປະເທດ ຢ່າງສະ ເໝີຕົ້ນສະເໝີປາຍ, ຈີນ ຖືການພົວພັນກັບຫວຽດນາມເປັນທິດທາງບຸລິມະສິດໃນນະ
ໂຍບາຍການຕ່າງ ປະເທດຕໍ່ປະເທດອ້ອມຂ້າງຂອງ ຈີນ ເຊັ່ນດຽວກັນ.

     ທ່ານ ຫງວ​​ຽນ ຟູ ຈອງ ກ່າວວ່າ: ການພົວພັນ ຫວຽດນາມ-ຈີນ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ນັ້ນແມ່ນສອດຄ່ອງກັບຄວາມປາ
ຖະໜາຂອງປະຊາຊົນ ຫວຽດນາມ, ເຊື່ອໝັ້ນວ່າເມື່ອສອງຝ່າຍ ພ້ອມ ກັນທຳຄວາມພະຍາຍາມແລ້ວ, ມິດຕະພາບແບບສະຫາຍ
ບວກກັບອ້າຍນ້ອງລະຫວ່າງສອງປະເທດ ຍ່ອມຈະນັບມື້ນັບເລິກເຊິ່ງກວ່າເກົ່າ. ມື້ດຽວກັນ, ທ່ານ ຫວາງຢີ້ ຍັງໄດ້ເຂົ້າຢ້ຽມຄຳນັບ
ທ່ານ ຫວໍ ວັນ ເທືອງ ປະທານປະເທດ ຫວຽດນາມ ແລະ ພົບປະກັບທ່ານ ບຸຍ ແທັງ ເຊີນ ລັດຖະມົນຕີກະຊວງການ ຕ່າງປະເທດ
ຫວຽດນາມ .

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/12/2023